ສຸຂະອະນາໄມ (Hygiene)
From Wikipedia, the free encyclopedia
ສຸຂະອະນາໄມ ແມ່ນການປະຕິບັດເພື່ອຮັກສາ ສຸຂະພາບ . ອີງຕາມອົງການສຸຂະພາບໂລກ (WHO), "ສຸຂະອະນາໄມຫມາຍເຖິງສະພາບ ແລະ ການປະຕິບັດທີ່ຊ່ວຍຮັກສາສຸຂະພາບ ແລະ ປ້ອງກັນການແພ່ລາມຂອງພະຍາດ." [2] ການອະນາໄມສ່ວນບຸກຄົນ ຫມາຍເຖິງການຮັກສາຄວາມສະອາດຂອງຮ່າງກາຍ.
ຜູ້ຄົນຈໍານວນຫຼາຍເຂົ້າໃຈວ່າ ສຸຂະອະນາໄມແມ່ນໝາຍເຖິງຄວາມສະອາດ, ແຕ່ວ່າ ສຸຂະອະນາໄມແມ່ນມີຄວາມໝາຍກວ້າງກວ່ານັ້ນ. ເຊິ່ງລວມເຖິງວິທີຕ່າງໆຂອງນິໄສສ່ວນບຸກຄົນ ເຊັ່ນ: ຄວນມີການອາບນຳ້, ການລ້າງມື, ການຕັດເລັບ, ການປ່ຽນ ແລະ ຊັກເຄື່ອງນຸ່ງຫົ່ມດຸປານໃດ. ມັນຍັງລວມເຖິງຄວາມໃສ່ໃຈໃນການຮັກສາບ້ານເຮືອນ ແລະ ສະຖານທີ່ເຮັດວຽກໃຫ້ສະອາດ ພ້ອມທັງສິ່ງອຳນວຍຄວາມສະດວກຕ່າງໆໃນຫ້ອງນຳ້ທີ່ສະອາດ ແລະ ປາສະຈາກເຊື້ອໂຣກ.
ການປະຕິບັດສຸຂະນາໄມປົກກະຕິບາງຢ່າງ ແມ່ນຖືວ່າເປັນ ລັກສະນະນິໄສທີ່ດີຂອງສັງຄົມ, ໃນຂະນະທີ່ການເມີນເສຍທີ່ຈະປະຕິບັດສຸຂະນາໄມນັ້ນແມ່ນຖືວ່າເປັນສິ່ງທີ່ຫນ້າລັງກຽດ, ບໍ່ເຄົາລົບຕໍ່ສັງຄົມ