From Wikipedia, the free encyclopedia
ສາທາລະນະລັດ ປະຊາທິປະໄຕ ກົງໂກ (ຝຣັ່ງ: République Démocratique du Congo) ຫຼື ບາງຄັ້ງມີຜູ້ຮຽກວ່າ ກົງໂກ (Congo) ແລະ ກົງໂກ-ຄິນຊາຊາ (Congo-Kinshasa) ຫຼື ກົງໂກໃຫຍ່ ແລະ ກົງໂກຕາເວັນອອກ ເປັນປະເທດໜຶ່ງໃນພາກພື້ນອາຟຣິກາກາງ ແລະ ເປັນປະເທດທີ່ມີຂະໜາດໃຫຍ່ເປັນອັນດັບທີ 2 ຂອງທະວີບ ສາທາລະນະລັດ ປະຊາທິປະໄຕ ກົງໂກ ມີອານາເຂດຕິດກັບສາທາລະນະລັດອາຟຣິກກາກາງ ແລະ ປະເທດຊູດັງໃຕ້ທາງທິດເໜືອຕິດກັບປະເທດອູກັນດາ, ປະເທດຣູວັນດາ, ປະເທດບູຣູນດີ ແລະ ປະເທດຕັງຊານີທາງທິດຕາເວັນອອກຕິດກັບປະເທດຊຳບີ ແລະ ປະເທດອັງໂກລາທາງທິດໃຕ້ ແລະ ຕິດກັບສາທາລະນະລັດກົງໂກທາງທິດຕາເວັນຕົກ ໂດຍມີທາງອອກສູ່ທະເລຕາມແມ່ນ້ຳກົງໂກໄປສູ່ອ່າວກີເນ.
ສາທາລະນະລັດ ປະຊາທິປະໄຕ ກົງໂກ République démocratique du Congo (ຝຣັ່ງ)
Repubilika ya Kôngo ya Dimokalasi (ກີຕູບາ)
| |
---|---|
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ຄິນຊາຊາ |
ພາສາລັດຖະການ | ພາສາຝຣັ່ງ |
ພາສາລິງກາລາ, ພາສາກີຕູບາ (ກີກົງໂກ), ພາສາສະວາຮິລີ ແລະ ພາສາລູບາ-ກາຊາຍ (ຊີລູບາ) | |
ການປົກຄອງ | ລັດດ່ຽວ ລະບົບເຄິ່ງປະທານາທິບໍດີ ສາທາລະນະລັດລັດຖະທຳມະນູນ |
• ປະທານາທິບໍດີ | ເຟລິກຊ໌ ຊີເຊເກດີ |
• ນາຍົກລັດຖະມົນຕີ | ຊາມາ ລູກອງເດ |
ເອກະລາດ | |
• ຈາກ ແບນຊິກ | 30 ມິຖຸນາ 1960[1] |
ພື້ນທີ່ | |
• ລວມ | 2,344,858 ຕາລາງກິໂລແມັດ (905,355 ຕາລາງໄມລ໌) (11) |
4.3 | |
ປະຊາກອນ | |
• 2558 ປະມານ | 79,375,136 ຄົນ[2] (20) |
• ສຳມະໂນປະຊາກອນ 2527 | 29,673,000 ຄົນ |
29.3 ຕໍ່ຕາລາງກິໂລແມັດ (75.9 ຕໍ່ຕາລາງໄມລ໌) (182) | |
HDI (2562) | 0.480[3] ຕ່ຳ · ອັນດັບທີ 175 |
ສະກຸນເງິນ | ຟຣັງກົງໂກ (CDF) |
ເຂດເວລາ | UTC+1 ຫາ +2 (WAT, CAT) |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | 243 |
ລະຫັດອິນເຕີເນັດ | .cd |
ຊື່ ກົງໂກ (ໝາຍເຖິງ "ນັກລ່າ") ມາຈາກກຸ່ມຊາດພັນບາກົງໂກ (Bakongo) ເຊິ່ງອາໄສຢູ່ບໍລິເວນລຸ່ມນ້ຳກົງໂກ ໃນອະດີດສາທາລະນະລັດ ປະຊາທິປະໄຕ ກົງໂກເຄີຍຕົກເປັນອານານິຄົມຂອງແບກຊິກ ໂດຍມີຊື່ວ່າ ແບນຈຽນກົງໂກ (Belgian Congo) ໃນປີ 1971 ຫຼັງຈາກໄດ້ເອກະລາດ 11 ປີ ກໍໄດ້ປ່ຽນຊື່ປະເທດຈາກ ກົງໂກ-ຄິນຊາຊາ (ໃສ່ຊື່ເມືອງຫຼວງໄປຂ້າງຫຼັງ ເພື່ອແຍກຄວາມແຕກຕ່າງລະຫວ່າງປະເທດນີ້ກັບ ສາທາລະນະລັດກົງໂກ ຫຼື ກົງໂກ-ບຣາຊາວີນ) ເປັນສາທາລະນະລັດຊາອີຣ໌ ຈົນເຖິງປີ 1997 ຈຶ່ງໄດ້ປ່ຽນຊື່ກັບມາເປັນ "ສາທາລະນະລັດ ປະຊາທິປະໄຕ ກົງໂກ" ຕາມເດີມ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.