ປະເທດໄອຣ໌ແລນດ໌
From Wikipedia, the free encyclopedia
ໄອຣ໌ແລນດ໌[1] (ຝຣັ່ງ: Irlande ອຽກລັງ: Éire) ຄຳບັນຍາຍລະບອບການປົກຄອງຂອງປະເທດນີ້ (ບໍ່ແມ່ນຊື່ທາງການ) ແມ່ນ ສາທາລະນະລັດໄອຣ໌ແລນດ໌ (ອັງກິດ: Republic of Ireland; ອຽກລັງ: Poblacht na hÉireann) ນັບເປັນສະມາຊິກທີ່ຢູ່ໄກສຸດທາງຕາເວັນຕົກຂອງສະຫະພາບເອີລົບ. ມີປະຊາກອນ 4 ລ້ານກວ່າຄົນ. ເປັນປະເທດເທິງເກາະອຽກລັງ. ຢູ່ຫ່າງຈາກທະວີບເອີລົບໄປທາງຕາເວັນຕົກສຽງເໜືອ ໂດຍຄອບຄຸມພື້ນທີ່ປະມານ 5 ໃນ 6 ຂອງເກາະດັ່ງກ່າວ (ສ່ວນທີ່ເຫຼືອອີກ 1 ໃນ 6 ຂອງເກາະອຽກລັງ ເອີ້ນວ່າ ອຽກລັງເໜືອ ເປັນສ່ວນໜຶ່ງຂອງສະຫະລາຊະອານາຈັກເບຕາຍໃຫຍ່ແລະອຽກລັງເໜືອ). ໃນການແຂ່ງຂັນລັກບີ້ລະດັບນານາຊາດ ນັກກິລາຈາກທັງສາທາລະນະລັກອຽກລັງ ແລະແຄວ້ນອຽກລັງເໜືອ ຈະເຂົ້າຮ່ວມໃນທີມດຽວກັນ ໃນຊື່ທີມສະຫະພັນລັກບີ້ອຽກລັງ. ນອກຈາກນີ້ອຽກລັງແມ່ນອີກປະເທດນຶ່ງທີ່ໃຊ້ເງິນຢູໂລ.
Quick Facts ອຽກລັງ Éire (ພາສາອຽກລັງ)Ireland (ອັງກິດ), ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ...
ອຽກລັງ Éire (ພາສາອຽກລັງ) Ireland (ອັງກິດ) | |
---|---|
ຄຳຂວັນ: ບໍ່ມີ | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ດູບລິນ |
ພາສາລັດຖະການ | ພາສາໄອຣິຊແລະພາສາອັງກິດ |
ການປົກຄອງ | ປະຊາທິປະໄຕລະບົບລັດຖະສະພາ |
• ປະທານປະເທດ | ໄມເຄິນ ດີ. ຮິກກິນ |
• ນາຍົກລັດຖະມົນຕີ | ເອນດາ ເຄນນີ |
ເອກະລາດ ຈາກ ສະຫະລາຊະອານາຈັກ | |
• ໄດ້ຮັບການຮັບຮອງ | 21 ມັງກອນ ຄ.ສ. 1919 |
• ໂດຍສົນທິສັນຍາ | 6 ທັນວາ ຄ.ສ. 1921 |
2 | |
ປະຊາກອນ | |
• 2553 ປະມານ | 4,456,000 (120) |
• ສຳມະໂນປະຊາກອນ 2559 | 4,761,865 |
GDP (ອຳນາດຊື້) | 2548 (ປະມານ) |
• ລວມ | 136.9 ພັນລ້ານໂດລາສະຫະລັດ (50) |
• ຕໍ່ຫົວ | 34,100 ໂດລາສະຫະລັດ (4) |
HDI (2546) | 0.946 ສູງຫຼາຍ · 8 |
ສະກຸນເງິນ | ຢູໂລ (€) 1 (EUR) |
ເຂດເວລາ | UTC+0 (GMT) |
• ລະດູຮ້ອນ (ເວລາອອມແສງ) | UTC+1 (IST) |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | 353 |
ລະຫັດອິນເຕີເນັດ | .ie |
1 ກ່ອນໜ້າ 1999: ປອນອຽກລັງ ("Punt") |
Close