ວັດຊຽງທອງ
From Wikipedia, the free encyclopedia
ວັດຊຽງທອງ ເປັນວັດຫຼວງປະຈຳລາຊະວົງລ້ານຊ້າງ ລາຊະວົງຫຼວງພະບາງ ແລະ ລາຊະວົງລາວ ຕັ້ງຢູ່ໃນນະຄອນຫຼວງພະບາງ, ປະເທດລາວ[1]:264 ສ້າງຂຶ້ນປະມານປີ ຄ.ສ 1560 ໂດຍສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ກະສັດຜູ້ປົກຄອງລາຊະອານາຈັກລ້ານຊ້າງ ຕັ້ງຢູ່ໃກ້ແມ່ນ້ຳຂອງ ເປັນວັດທີ່ມີສະຖາປັດຕະຍະກຳແບບລ້ານຊ້າງພາກເໜືອທີ່ງົດງາມຫຼາຍ ຈົນໄດ້ຖືກຂະໜານນາມວ່າ "ອັນຍະມະນີຂອງສິລະປະລ້ານຊ້າງ"