![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/d/d5/Lana_Del_Rey_%2540_Grammy_Museum_10_13_2019_%252849311023203%2529.jpg/640px-Lana_Del_Rey_%2540_Grammy_Museum_10_13_2019_%252849311023203%2529.jpg&w=640&q=50)
ລານາ ເດລ ເຣ
From Wikipedia, the free encyclopedia
ເອລີຊາເບັດ ວູຣິດຈ໌ ແກຣນທ໌ (ອັງກິດ: Elizabeth Woolridge Grant) ເກີດເມື່ອວັນທີ 21 ມິຖຸນາ ຄ.ສ. 1985[2] ຫຼື ເປັນທີ່ຮູ້ຈັກໃນຊື່ທາງອາຊີບວ່າ ລານາ ເດລ ເຣ (ອັງກິດ: Lana Del Rey) ລາວເປັນນັກຮ້ອງ ນັກແຕ່ງເພງ ແລະ ນັກໂປຣດິວເຊີເພງຊາວອາເມຣິກັນ ງານດົນຕີຂອງເດລ ເຣໄດ້ຮັບການກ່າວເຖິງຈາກນັກວິຈານໃນການນຳເນື້ອຫາຮູບເງົາມາປັບໃຊ້ ມີບົດເພງທີ່ຫຼົວໄປດ້ວຍຄວາມຮັກທີ່ໂສກເສົ້າ ສະເໜ່ຫາ ແລະ ພາວະຊຶມເສົ້າ ແລະ ການອ້າງອີງເຖິງວັດທະນະທໍາສະໄໝນິຍົມ (pop culture) ຂອງອາເມຣິກາ ໂດຍສະເພາະຢ່າງຍິ່ງໃນຊ່ວງຄຣິດທົດສະວັດ 1950 ແລະ ຄຣິດທົດສະວັດ 1960[3][4]
ລານາ ເດລ ເຣ | |
---|---|
![]() ເດລ ເຣ ໃນງານແກຣມມີມິວຊຽມໃນປີ 2019 | |
ເກີດ | ເອລີຊາເບັດ ວູຣິດຈ໌ ແກຣນທ໌ (Elizabeth Woolridge Grant) (1985-06-21) ມິຖຸນາ 21, 1985 (39 ປີ) ![]() |
ຖິ່ນພຳນັກ | ລອສ ແອງເຈິລິສ ແຄລິຟໍເນຍ ສະຫະລັດອາເມຣິກາ |
ຈົບຈາກ | ມະຫາວິທະຍາໄລຟອດແຮມ |
ອາຊີບ |
|
ບ້ານເກີດ | ເລັກກ໌ພລາຊີດ ລັດນິວຢອກ ສະຫະລັດອາເມຣິກາ |
ຍາດພີ່ນ້ອງ | ຊັກ ແກຣນທ໌ (ນ້ອງສາວ) |
ລາຍມືຊື່ | ![]() |
ອາຊີບດົນຕີ | |
ຊື່ຫຼິ້ນ/ເປັນທີ່ຮູ້ຈັກ |
|
ປະເພດ |
|
ເຄື່ອງດົນຕີ |
|
ປີປະຕິບັດວຽກ | 2005–ປັດຈຸບັນ |
ຄ່າຍ |
|
ສ່ວນທີ່ກ່ຽວຂ້ອງ |
|
ເວັບໄຊ | lanadelrey |
ເດລ ເຣເຕີບໂຕໃນພາກເໜືອຂອງລັດນິວຢອກ ແລະ ຍ້າຍມາຢູ່ນິວຢອກຊີຕີ້ໃນປີ 2005 ເພື່ນເລີ່ມຕົ້ນທາງດ້ານອາຊີບດົນຕີ ແລະ ຫຼັງຈາກນັ້ນກໍໄດ້ຜົນງານເພງຕາມມາຫຼວງຫຼາຍ ອາທິ ສະຕູດິໂອອາລະບ້ຳຕົວ ແລະ ຍັງມີອາລະບ້ຳທີ່ຍັງບໍ່ໄດ້ວ່າງຈຳໜ່າຍໃນ Sirens ເດລ ເຣ ເລີ່ມເປັນທີ່ໄດ້ຮູ້ຈັກຫຼາຍຂຶ້ນຫຼັງຈາກຊິງເກີລ "Video Games" ໃນປີ 2011 ນັ້ນປະສົບຜົນສຳເລັດເປັນໄວຣັລ[5] ໃນປາຍປີດຽວກັນນັ້ນນາງກໍໄດ້ເຊັນສັນຍາກັບຄ່າຍເພງອິນເຕີສະໂຄບ ແລະ ໂພລີດໍ Born to Die ສະຕູອາລະບ້ຳເປີດຕົວຂອງນາງທີ່ມາຈາກຄ່າຍເພງປີ 2012 ນັ້ນໄດ້ຮັບຄວາມສຳເລັດໃນລະດັບສາກົນ ແລະ ສົ່ງຜົນໃຫ້ນາງມີຊິງເກີລທຳອິດທີ່ສາມາດເຂົ້າສິບອັນດັບທຳອິດຂອງຊາຣ໌ດບິລບຣອດຮັອດທ໌100ໄດ້ ແມ່ນເພງ "Summertime Sadness" ສະບັບຣີມິກສ໌ໂດຍເຊດວິກ ເຈີວຽສ[6] ເດລ ເຣ ມີອາລະບ້ຳເປີດໂຕອັນດັບໜຶ່ງໃນຊາຣ໌ດລິລບຣອດ200 ຢ່າງ Ultraviolence (2014) ແລະ Lust for Life (2017) ພ້ອມດ້ວຍອາລະບ້ຳທີ່ເປິດຕົວໃນອັນດັບສິບທຳອິດຂອງຊາຣ໌ດຢ່າງເຊັ່ນ Paradise (2012) ແລະ Honeymoon (2015) ນາງໄດ້ຮັບການສະເໜີຊື່ເຂົ້າຊີງລາງວັນແກຣມມີ ສາຂາອາລະບ້ຳເພງປ໋ອບດີເດັ່ນຈາກສອງອາລະບ້ຳແມ່ນ Paradise ແລະ Lust for Life
ເດລ ເຣໄດ້ຮ້ອງເພງປະກອບຮູບເງົາຫຼາກຫຼາຍຜົນງານ ໂດຍຜົນງານທີ່ມີຄວາມໂດດເດັ່ນ ໄດ້ແກ່ ເພງ"Young and Beautiful" ຈາກຮູບເງົາເລື່ອງ The Great Gatsby (2013) ແລະ ເພງຕີມປະກອບເລື່ອງແມ່ນ Big Eyes (2014) ເຊິ່ງໄດ້ຮັບການສະເໜີຊື່ເຂົ້າຊີງລາງວັນແກຣມມີ ແລະ ລາງວັນລູກໂລກເງິນຄຳ ຕາມລຳດັບ ນອກຈາກນີ້ນາງຍັງໄດ້ມີຜົນງານການສະແດງໃນຮູບເງົາເພງ ເລື່ອງ Tropico (2013) ແລະ ໃນຮູບເງົາສັ້ນປະກອບຜົນງານຂອງນາງ ເຊັ່ນ Ride (2012) National Anthem (2012) ແລະ Freak (2015) ໂດຍນາງເປັນຜູ້ປະພັນງານທັງໝົດດ້ວຍຕົນເອງ
ນາງໄດ້ຖືກຂະໜານນາມໂດຍສື່ມວນຊົນວ່ານາງແມ່ນ “ລາຊີນີແຫ່ງອິນດີ້ປ໋ອບ” ເດລ ເຣ ມີຍອດຂາຍອາລະບ້ຳທົ່ວໂລກລວມກັນຫຼາຍກວ່າ 15 ລ້ານໜ່ວຍໃນປີ 2018[7][8] ໃນວັນທີ 9 ພະຈິກ ປີ 2018 ຊ່ອງຢູທູບຢ່າງເປັນທາງການຂອງນາງຍອດເຂົ້າຊົມລວມກັນຫຼາຍກວ່າ 3.1 ຕື້ຄັ້ງ ໂດຍມີ 11 ວິດີໂອທີ່ມີຍອດເຂົ້າຊົມເກີນກວ່າ 100 ລ້ານຄັ້ງໃນວີໂວ[9]