ມິສແກຣນໄທແລນ
From Wikipedia, the free encyclopedia
ມິສແກຣນໄທແລນ (ໄທ: มิสแกรนด์ไทยแลนด์), (ອັງກິດ: Miss Grand Thailand) ເປັນຊື່ຂອງການປະກວດນາງງາມໃນປະເທດໄທ ຈັດຂຶ້ນເປັນຄັ້ງທຳອິດໃນປີ ຄ.ສ 2013 ແລະມີ ນະວັດ ອິສະລະໄກສີນ ເປັນຜູ້ອໍານວຍການປະກວດ ການປະກວດມີສແກຣນໄທແລນຍັງມີຈຸດປະສົງເພື່ອຄັດເລືອກຕົວແທນສາວໄທເຂົ້າຮ່ວມປະກວດ ມິສແກຣນອິນເຕີເນຊັນແນລ[1][2]
Quick Facts ປະເພດ, ສໍານັກວຽກໃຫຍ່ ...
ປະເພດ | ການປະກວດນາງງາມ |
---|---|
ສໍານັກວຽກໃຫຍ່ | ບາງກອກ, ປະເທດໄທ |
ສະມາຊິກ | ມິສແກຣນອິນເຕີເນຊັນແນລ |
ພາສາທາງການ | ພາສາໄທ |
ອົງກອນແມ່ | ມິສແກຣນອິນເຕີເນຊັນແນລ |
Close
ໃນປີ ຄ.ສ 2016 ມິສແກຣນໄທແລນ ມີການປ່ຽນແປງຮູບແບບໃຫມ່ໃຫ້ເໝືອນກັບການປະກວດນາງງາມໃນສະຫະລັດອະເມລິກາ ແລະເວເນຊູເອລ່າ ໂດຍການໃຫ້ທັງ 77 ຈັງຫວັດ ຈັດການປະກວດມິສແກຣນໄທແລນຂຶ້ນ ເພື່ອຫາສາວງາມທີ່ຈະມາເປັນຕົວແທນຂອງແຕ່ລະຈັງຫວັດ ໂດຍໃຫ້ໃຊ້ຊື່ "ມິສແກຣນ" ແລ້ວຕາມດ້ວຍຈັງຫວັດ ເຊັ່ນ ມິສແກຣນສຸໂຂໄທ ມິສແກຣນສົງຂາ ມິສແກຣນສະກົນນະຄອນ ມິສແກຣນສຸລິນ ເປັນຕົ້ນ[3][4][5]