ມິສເອເຊຍປາຊີຟິກອິນເຕີຣ໌ເນຊັນແນລ
From Wikipedia, the free encyclopedia
ມິສເອເຊຍປາຊີຟິກອິນເຕີຣ໌ເນຊັນແນລ (ອັງກິດ: Miss Asia Pacific International) ຫລືເອີ້ນໂດຍຫຍໍ້ວ່າ ມິສເອເຊຍປາຊີຟິກ ເປັນຕໍາແຫນ່ງສໍາຫລັບຜູ້ຊະນະເລີດໃນການປະກວດຄວາມງາມທີ່ມີເປັນລາຍະການຂອງທະວີບເອເຊຍ ເລີ່ມປະກວດຄັ້ງທໍາອິດເມື່ອປີ ຄ.ສ. 1988 ໃຊ້ຊື່ວ່າ "ມິສເອເຊຍເຄວສຕ໌" ໂດຍໃຊ້ຊື່ພາສາອັງກິດວ່າ (ອັງກິດ: Miss Asia Quest)
ໃນປີ ຄ.ສ. 1985 ການປະກວດປ່ຽນຊື່ເປັນ "ມິສເອເຊຍປາຊີຟິກ" (ອັງກິດ: Miss Asia Pacific Quest) ເພື່ອຮັບຜູ້ເຂົ້າຮ່ວມຈາກພູມິພາກປາຊີຟິກ ເຊັ່ນ ທະວີບອາເມລິກາເໜືອ ແລະ ທະວີບອາເມລິກາໃຕ້ ດ້ວຍແລະປ່ຽນຊື່ເປັນ "ມິສເອເຊຍປາຊີຟິກອິນເຕີຣ໌ເນຊັນແນລ" (ອັງກິດ: Miss Asia Pacific International) ໃນປີ ຄ.ສ. 2005 ເພື່ອໃຫ້ຄອບຄຸມປະເທດອື່ນ ໆ ຫລາຍຂຶ້ນ