ເຂົ້າໜົມຫວານຝະລັ່ງ From Wikipedia, the free encyclopedia
ມາກາຣົງ (ຝຣັ່ງ: macaron)[1] ແມ່ນເຂົ້າໜົມຫວານທີ່ໄດ້ຈາກການຜະສົມມາແຣງກັບໄຂ່ຂາວ, ນ້ຳຕານໄອຊິ້ງ, ນ້ຳຕານຊາຍຂາວ, ຜົງຖົ່ວອາມັງຫຼືຖົ່ວອາມັງປົ່ນ ແລະສີຜະສົມອາຫານ ມາກາຣົງຮູບຮ່າງເໝືອນແຊນວິດ ແມ່ນເຂົ້າຈີ່ສອງຊິ້ນປະກົບກັນ ມີສອດໄສ້ກົງກາງ ສ່ວນມັກຈະເປັນການັດ, ບັດເຕີຄີມ (ຄີມເນີຍທີ່ໃຊ້ແຕ່ງໜ້າເຄ້ກ) ຫຼືແຍມ ຄຳວ່າ ມາກາຣົງ ແຜງມາຈາກຄຳໃນ[[ພາສາອິຕາລີ (ອິຕາລີ: macarone, ອິຕາລີ: maccarone ຫຼື ອິຕາລີ: maccherone) ມາແຣງແບບອິຕາລີ
ມາກາຣົງຈາກຮ້ານລາດູເລ ປາຣີສ ຝະລັ່ງ | |
ກຳເໜີດ | |
---|---|
ແຫຼ່ງກຳເໜີດ | ປະເທດຝຣັ່ງ |
ລາຍລະອຽດ | |
ປະເພດ | ເຂົ້າໜົມຫວານ, ເຂົ້າເຊົ້າ |
ເຄື່ອງປຸງຫຼັກ | ສ່ວນເຂົ້າຈີ່ : ໄຂ່ຂາວ, ນ້ຳຕານໄອຊິ້ງ, ນ້ຳຕານຊາຍ, ຜົງຖົ່ວອາມັງ ຫຼື ຖົ່ວອາມັງປົ່ນ, ສີຜະສົມອາຫານ ສ່ວນໄສ້ : ບັດເຕີຄີມ, ການັດ ຫຼືແຍມ |
ມາກາຣົງ ມີລັກສະນະຄ້າຍຄຸກກີ້ ລັກສະນະເດັ່ນຂອງມາກາຣົງຄື ຜິວດ້ານບົນຂອງເຂົ້າໜົມຈະຮຽບ ຂອບຮອບໆ ແມ່ນຮອຍຫຍັກ (ມັກຈະເອິ້ນວ່າ "ຂາ" ຫຼື "ຕີນ") ແລະມີຖານຮຽບແບນ ເຂົ້າໜົມຈະນຸ້ມຊຸ້ມເລັກໜ້ອຍແລະລະລາຍໃນປາກ ມາກາຣົງມີຫຼາກຫຼາຍລົດຊາດ ຕັ້ງແຕ່ລົດດັ້ງເດີມ (ຣາສປ໌ເບີລີ, ຊັອກໂກແລັດ) ໄປຈົນຮອດລົດໃໝ່ໆ (ຟົວກາ,ຊາຂຽວ)
ຄົນສ່ວນໃຫຍ່ມັກຈະສັບສົນກັບມາກາຣົງກັບແມຄາຣູນ ຈຶງມີການໃຊ້ຊື່ພາສາຝະລັ່ງມາແທນພາສາອັງກິດເພື່ອໃຫ້ເບິ່ງຕ່າງກັນ ແຕ່ກໍຍິ່ງເຮັດໃຫ້ຊື່ກັນຜິດຫຼາຍຂຶ້ນ ບາງຕຳລາອາຫານແຍກຊື່ ແມຄາຣູນ ໄວ້ໃຊ້ກັບມາກາຣົງທີ່ບໍ່ແມ່ນແບບຂອງຝະລັ່ງ ແຕ່ຫຼາຍໆ ຄົນມີຄວາມເຫັນວ່າເຂົ້າໜົມທັງສອງຢ່າງນີ້ມີຄວາມຄືກັນ ເຊິ່ງຄວາມຈິງແລ້ວ ແມຄາຣູນ ແມ່ນຄຳພາສາອັງກິດທີ່ແປມາຈາກຄຳວ່າ ມາກາຣົງ ໃນພາສາຝະລັ່ງ ເພາະສະນັ້ນທັງສອງຊື່ນີ້ມີຄວາມໝາຍເອິ້ນເຂົ້າໜົມແບບດຽວກັນ ທັງນີ້ການໃຊ້ແຕ່ລະຊື່ກໍອາດຂຶ້ນຢູ່ກັບການຕີຄວາມຂອງແຕ່ລະບຸກຄົນ ເຄີຍມີສາດສະດາຈານພາກວິຊາວັດທະນະທຳອາຫານທີ່ສະແຕນຟອດ ແດນ ຈູຣາຟສະກີ້ ຊີ້ແຈງວ່າ 'ມາກາຣົງ' (ຣວມເຖິງ "ມາກາຣົງປາຣີສ" ຫຼື "ມາກາຣົງເຊີແບ") ຄືຊື່ເອິ້ນທີ່ຖືກຕ້ອງ
ເຖິງສ່ວນໃຫຍ່ຈະເວົ້າກັນວ່າ ມາກາຣົງເປັນເຂົ້າໜົມສັນຊາດຝະລັ່ງ ກໍຍັງມີຂໍ້ຖົກຖຽງກັນຫຼາຍສາລານຸກົມອາຫານການກິນຊື່ລາຣຸສກັສທໍນໍມິກ (ຝຣັ່ງ: Larousse Gastronomique) ລະບຸວ່າ ມາກາຣົງນັ້ນມີມາຕັ້ງແຕ່ປີ ຄ.ສ. 791 ໃນຄອນແວນແຫ່ງໜຶ່ງໄກ້ກັບເມືອງກໍເມີລີ ຈັງຫວັດແອັງເດລົວ ບ້າງກໍສືບຄົ້ນປະຫວັດສາດຊາດຝະລັ່ງຍ້ອນກັບໄປເມື່ອປີ ຄ.ສ. 1533 ສະໄໝທີ່ກາເຕລີນາ ເດ ເມດີຊີ ອະພິເສກສົມລົດກັບພະເຈົ້າອັອງລີທີ່ 2 ແຫ່ງຝະລັ່ງ ນາງໄດ້ນຳເຊຟເຮັດເຂົ້າໜົມຊາວອິຕາລີກັບມາດ້ວຍ[2] ໃນປີ ຄ.ສ. 1972 ຊ່ວງການປະຕິວັດຊາດຝະລັ່ງ ມີແມ່ຊີນິກາຍຄາທໍລິກສອງທ່ານເຊິ່ງຫຼົບໄພໄປຢູ່ທີ່ເມືອງນັອງຊີໄດ້ອົບເຂົ້າໜົມຄຸກກີ້ມາກາຣົງຂາຍເພື່ອຈະນຳເງິນມາຈ່າຍຄ່າບ້ານ ເຮັດໃຫ້ມາກາຣົງເປັນຮູ້ຈັກໂດຍທົ່ວ ມີຄົນຕັ້ງຊື່ໃຫ້ທັງສອງທ່ານວ່າ "ຊິສເຕີມາກາຣົງ" ເຊິ່ງໃນຊ່ວງທຳອິດນັ້ນ ມາກາຣົງເປັນເຂົ້າໜົມເປົ່າໆ ບໍ່ມີລົດຊາດຫຼືໄສ້ອີຫຍັງທີ່ພິເສດ[3]
ຈົນກະທັ່ງໃນຄິດທົດສະວັດ 1830 ເລິ່ມມີການເສີບມາກາຣົງເປັນຄູ່ໆ ພ້ອມກັບແຍມ ເຫຼົ້າ ແລະເຄື່ອງເທດຕ່າງໆ ແຕ່ມາກາຣົງໃນທຸກວັນນີ້ປະກອບໄປດ້ວຍເມີແຣັງອາມັງສອງຊິ້ນປະກົບກັນສອດໄສ້ກົງກາງ ໄສ້ທີ່ວ່ານີ້ອາດຈະເປັນຄີມເນຍທີ່ໃຊ້ແຕ່ງໜ້າເຄ້ກ (ບັດເຕີຄີມ) ແຍມ ຫຼື ການັດ ເຊິ່ງແຕ່ເດີມເອິ້ນວ່າ "ເຊີແບ" ຫຼື "ມາກາຣົງຝະລັ່ງ" ມີການກ່າວອ້າງວ່າ 20 ເຊຟປີແຍ ເດຟົງແຕນແຫ່ງຮ້ານເຂົ້າໜົມຝະລັ່ງລາດູເລ (Ladurée) ເປັນຜູ້ຄິດຄົ້ນສູດນີ້ຂຶ້ນມາ ແຕ່ນັກເຮັດເຂົ້າໜົມອີກຄົນໜຶ່ງຄືໂກດ ເຊີແບ ກໍອ້າງສູດນີ້ເປັນຜົນງານຂອງເຂົາເຊັ່ນກັນ[4][5][6]
ໃນຫຼາຍ ໆ ເມືອງຂອງຝະລັ່ງຕ່າງມີປະຫວັດທີ່ຫຼາກຫຼາຍແລະມີຄວາມເປັນມາຍາວນານຫຼາຍ ຢ່າງເຊັ່ນທີ່ແຄວ້ນລໍແລນມີຄວາມໂດດເດັ່ນຫຼາຍ (ນັອງຊີແລະບູແລ), ພູມິພາກບາສ (ແຊັງ-ຊັອງ-ເດີ-ລຸດ), ແຊັງເຕມີລີຍົງ, ອາມຽງ, ມົງມໍລີຍົງ, ເລີໂດລາ, ໂຊ (Sault), ຊາດ, ກໍເມີລີ, ຊົວເຍີດແລະແຊັງຄົວໃນເບີກັນດີ
ມາກາຣົງດາມຽງ (Macarons d'Amiens) ໃນອາມຽງ ມີຂະໜາດໜ້ອຍ ຮູບຮ່າງກົມແບບມາກາຣົງທົ່ວ ໆ ໄປ ເຮັດມາຈາກອາມັງ ເພສທ໌ (ມະເລັດອາມັງບົດຜະສົມຮວມກັບນ້ຳຕານແລະໄຂ່), ໝາກໄມ້ແລະນ້ຳເຜິ່ງ ເຊິ່ງຄົ້ນພົບຄັ້ງທຳອິດໃນປີ ຄ.ສ. 1855[8]
ສ່ວນໃນເມືອງມົງມໍລີຍົງ ມາກາຣົງເລື່ອງຊື່ຫຼາຍຂະໜາດມີການສ້າງພິພິດທະພັນໂດຍສະເພາະ ຍ້ອນກັບໄປໃນປີ ຄ.ສ. 1920 ທີ່ເມືອງນີ້ມີຮ້ານເບເກລີມາກາຣົງທີ່ເກົ່າແກ່ທີ່ສຸດຕັ້ງຢູ່ ຊື່ວ່າ ແມຊົງຣານູ-ເມຕີວີເຍ (Maison Rannou-Métivier) ມາກາຣົງຂອງມົງມໍລີຍົງນີ້ເປັນສູດດັ້ງເດີມທີ່ສືບທອດກັນມາກວ່າ 150 ປີແລ້ວ[9]
ໃນເມືອງນັອງຊີທີ່ແຄວ້ນລໍແລນ ມາກາຣົງເປັນສ່ວນໜຶ່ງຂອງປະຫວັດສາດເມືອງນີ້ເລີຍທີດຽວ ເປັນທີ່ເລົ່າຂານກັນມາວ່າ ຫົວໜ້າແມ່ຊີທ່ານໜຶ່ງຈາກເມືອງເລີມີມົງ (Remiremont) ຕັ້ງກົດຂຶ້ນມາປົກຄອງແມ່ຊີທັງໝົດ ກົດນີ້ຊື່ວ່າ "ດາມດູແຊັງ-ຊາເຄີມັອງ" (Dames du Saint-Sacrement) ເປັນກົດຫ້າມແມ່ຊີບໍ່ໃຫ້ຮັບປະທານເນື້ອທຸກຊະນິດ ແລະຕ້ອງປະຕິບັດຕາມຢ່າງເຄັ່ງຄັດ ເຊິ່ງມີແມ່ຊີສອງທ່ານ (ຊິສເຕີມາເກີລິດແລະມາລີ-ເອລີຊາແບັດ) ທີ່ເຊື່ອກັນວ່າແມ່ນຜູ້ຄິດຄົ້ນວິທີການເຮັດມາກາຣົງຂຶ້ນມາ ເພື່ອຈະໄດ້ຮັບປະທານອາຫານທີ່ເໝາະສົມແລະເປັນໄປຕາມກົດນັ້ນ ຕໍ່ມາທ່ານທັງສອງເປັນທີ່ຮູ້ຈັກກັນໃນຊື່ "ຊິສເຕີມາກາຣົງ" (ເລເຊີມາກາຣົງ) ໃນປີ ຄ.ສ. 1952 ເມືອງນັອງຊີນຳຊື່ຂອງທ່ານມາໃຊ້ຕັ້ງຊື່ຖະໜົນບາງສ່ວນຂອງລູເດີລາອາດ (Rue de la Hache) (ບ່ອນທີ່ພວກທ່ານຄິດຄົ້ນມາກາຣົງຂຶ້ນມາ) ເພື່ອເປັນການໃຫ້ກຽດ[10]
ໃນສະວິດເຊີແລນ ມີຍີ່ຫໍ້ລຸກເຊີມບົວຣ໌ເກີລີ (Luxemburgerli) ແມ່ນເຂົ້າໜົມຫວານທີ່ຜະສົມຜະສານງານສິລະປະເຂົ້າໜົມຫວານຂອງຮ້ານກົງຟີດຮີດປຶງລີ (Confiserie Sprüngli) ທີ່ຕັ້ງຢູ່ໃນເມືອງຊູລິກ ມາກາຣົງຂອງຍີ່ຫໍ້ລຸກເຊີມບົວຣ໌ເກີລີນີ້[11][12][13] ປະກອບໄປດ້ວຍມາແຣງອາມັງສອງແຜ່ນ[14] ສອດໄສ້ບັດເຕີຄີມ[15][16] ຂະໜາດຊິ້ນມາກາຣົງຈະນ້ອຍກວ່າເບົາກວ່າມາກາຣົງຂອງເຈົ້າອື່ນ ໆ ວ່າກັນວ່າ ສ່ວນຜະສົມເບົາຫຼາຍ ສັມຜັດເໝືອນອາກາດ[17] ລົດຊາດທີ່ມີຈຳໜ່າຍ ໄດ້ແກ່ ວານິນລາ, ຊັອກໂກແລັດ ສະຕັດຊາເຕລລາ (ຊັອກໂກແລັດຊິບ), ຄາລາເມລ, ຖົ່ວເຮເຊລ, ແຊັມເປນ, ເຫຼົ້າອາມາເລັດໂຕ, ເກົາລັດ, ມັອກຄ່າ, ອົບເຊີຍ, ເລມອນ, ໝາກກ້ຽງຈີນ ແລະຣາສເບີລີ ລົດຊາດບາງແບບກໍມີສະເພາະບາງເທດສະການເທົ່ານັ້ນ ມາກາຣົງວາງຂາຍໃນຕູ້ໂຊແຊ່ເຍັນເຊິ່ງຈະຢູ່ໄດ້ດົນປະມານ 3-5 ວັນ
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.