ມະຫາວິທະຍາໄລເອແດມບວກ
From Wikipedia, the free encyclopedia
ມະຫາວິທະຍາໄລເອແດນບວກ (ອັງກິດ: The University of Edinburgh, ຝຣັ່ງ: Université d'Édimbourg) ກໍ່ຕັ້ງເມືອປີ ຄ.ສ. 1583 ແມ່ນມະຫາວິທະຍາໄລທີ່ມີຊື່ສຽງໃນດ້ານການສອນແລະການວິໄຈ ຕັ້ງຢູ່ເມືອງເອແດມບວກ ປະເທດເອກົດ ແຫ່ງ ສະຫະລາຊະອານາຈັກ. ເອແດມບວກແມ່ນນຶ່ງໃນມະຫາວິທະຍາໄລບູຮານຂອງເອກົດ ແລະແມ່ນນຶ່ງໃນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດແລະມີຊື່ສຽງທີ່ສຸດໃນສະຫະລາຊະອານາຈັກ.
ມະຫາວິທະຍາໄລເອແດມບວກ University of Edinburgh (UoE) | |||||||||||||||||||||
---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|
University of Edinburgh | |||||||||||||||||||||
ລາແຕງ: Universitas Edinburgenae | |||||||||||||||||||||
ສະຖາປະນາ | ຄ.ສ. 1583 | ||||||||||||||||||||
ປະເພດ | ລັດ | ||||||||||||||||||||
ທຶນຊັບ | £238 ລ້ານ[1] | ||||||||||||||||||||
ອະທິການບໍດີ | ເຈົ້າຍິງອັງ | ||||||||||||||||||||
ພະອະທິການ | ປີເຕີ້ ແມັກຄອນ (Peter McColl) | ||||||||||||||||||||
ຄູໃຫຍ່ | ອາຈານ ເຊີ ຕີໂມຕີ ໂອແຊອາ (Professor Sir Timothy O'Shea) | ||||||||||||||||||||
ຈຳນວນນັກຮຽນ | 31,323 ຄົນ(2011-12)[2] | ||||||||||||||||||||
ຈຳນວນ ປ.ຕີ | 20,507 ຄົນ[2] | ||||||||||||||||||||
ຈຳນວນ ປ.ໂທ | 10,816 ຄົນ[2] | ||||||||||||||||||||
ທີ່ຢູ່ | ປະເທດເອກົດ, ສະຫະລາຊະອານາຈັກ. Old College, South Bridge, Edinburgh, EH8 9YL | ||||||||||||||||||||
ວິທະຍາເຂດ | ຊຸມຊົນເມືອງ | ||||||||||||||||||||
ສີປະຈຳສະຖາບັນ | |||||||||||||||||||||
ເຄືອຂ່າຍ | Russell Group Coimbra Group LERU Universitas 21 EUA Universities UK Universities Scotland | ||||||||||||||||||||
ໂທລະສັບ | +44 131 650 1000 | ||||||||||||||||||||
ເວັບ | www.ed.ac.uk |
ເອແດມບວກເປັນສະມາຊິກຂອງກຸ່ມລັດເຊນ (Russell Group) ເຊິ່ງເປັນກຸ່ມມະຫາວິທະຍາໄລວິໄຈຂອງສະຫະລາຊະອານາຈັກ. ນອກຈາກນີ້ຍັງເປັນມະຫາວິທະຍາໄລດຽວຂອງເອກົດ (ແລະມະຫາວິທະຍາໄລດຽວໃນສະຫະລາຊະອານາຈັກ ນອກເໜືອຈາກ ແຄມບະລິດ ແລະອົກສະເຟີດ) ເຊິ່ງເປັນສະມາຊິກຂອງ Coimbra Group ແລະ LERU ສອງກຸ່ມມະຫາວິທະຍາໄລຊັ້ນນຳຂອງເອີລົບ ແລະຍັງເປັນສະມາຊິກຂອງເຄືອຂ່າຍມະຫາວິທະຍາໄລວິໄຈ Universitas 21 ອີກນຳ.
ໃນຊ່ວງຄິດຕະສະຕະວັດທີ 18 ມະຫາວິທະຍາໄລເອແດມບວກໄດ້ກາຍເປັນສູນກາງຂອງຍຸກຮູ້ແຈ້ງຂອງເອີລົບ (European Enlightenment) ແລະກາຍເປັນນຶ່ງໃນມະຫາວິທະຍາໄລທີ່ສຳຄັນທີ່ສຸດຂອງທະວີບເອີລົບ.