From Wikipedia, the free encyclopedia
ພາສາ ໃນຄວາມໝາຍຢ່າງກວ້າງ ໝາຍເຖິງ ກະລິຍາອາການທີ່ສະແດງອອກມາແລ້ວສາມາດເຮັດຄວາມເຂົ້າໃຈກັນໄດ້ ບໍ່ວ່າຈະແມ່ນລະຫວ່າງພາສາລາວກັບມະນຸດ ມະນຸດກັບສັດ ຫຼືສັດກັບສັດ. ສ່ວນພາສາໃນຄວາມໝາຍຢ່າງແຄບ ໝາຍເຖິງ ສຽງເວົ້າທີ່ມະນຸດໃຊ້ສື່ສານກັນເທົ່ານັ້ນ.
ວິຊາທີ່ວ່າດ້ວຍການສຶກສາພາສາໃນແງ່ຕ່າງໆ ເອີ້ນວ່າ ພາສາສາດ ເລີ່ມບຸກເບີກໂດຍແຟກດິນັງ ເດີ ໂຊຊູ (Ferdinand de Saussure). ບຸກຄນທີ່ເວົ້າພາສາໃດກໍ່ຕາມ ຖືໄດ້ວ່າເປັນສ່ວນໜຶ່ງຂອງຊຸມຊົນທາງພາສາສາດຂອງພາສານັ້ນໆ.
ພາສາມະນຸດຫຼືວ່າພາສາທຳມະຊາດ ແລະຢູ່ໃນເນື້ອຫາຂອງວິຊາພາສາສາດ ພາສາມະນຸດໂດຍທົ່ວໄປ ເຊື່ອວ່າມີພັດທະນາການທຳອິດ ສຳລັບໃຊ້ໃນການເວົ້າ ຫຼັງຈາກນັ້ນ ຈຶ່ງຖືກນຳມາໃຊ້ໃນການຂຽນ ແລະໄດ້ມີການເຮັດການສຶກສາເພື່ອເຮັດຄວາມເຂົ້າໃຈຫຼັກໄວຍາກອນ.
ພາສາຕ່າງໆ ມີການດຳລົງຊີວິດ ເດີນທາງຈາກສະຖານທີ່ໜຶ່ງໄປຍັງອີກສະຖານທີ່ໜຶ່ງ. ມີການປ່ຽນແປງໄປກັບເວລາ ແລະຕາຍໄປ. ພາສາໃດໆ ທີ່ເຊົາການພັດທະນາ ຫຼືປ່ຽນແປງ ຈະຖືກຈັດວ່າເປັນພາສາຕາຍ. ສ່ວນພາສາທີ່ຍັງຄົງມີສະພາວະບໍ່ຢຸດນິ້ງຫຼືມີການສືບຕໍ່ປ່ຽນແປງ ກໍຈັດວ່າເປັນພາສາທີ່ຍັງມີຊີວິດ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.