![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/e/e1/Thailand_Isan.png/640px-Thailand_Isan.png&w=640&q=50)
ພາກອີສານ (ປະເທດໄທ)
From Wikipedia, the free encyclopedia
ພາກຕະເວັນອອກສ່ຽງເໜືອ ຫຼື ພາກອີສານ ແມ່ນພູມມິພາກແຫ່ງນືງໃນປະເທດໄທ ຕັ້ງຢູ່ບົນແອ່ງໂຄລາດແລະແອ່ງສະກົນນະຄອນ ທາງທິດເໜືອຕິດກັບແມ່ນ້ຳຂອງຂອງປະເທດລາວ[1] ທາງທິດໃຕ້ຕິດກັບເທືອກເຂົາພະນົມດົງຮັກຂອງປະເທດກຳປູເຈຍແລະພາກຕະເວັນອອກຂອງປະເທດໄທ
![Thumb image](http://upload.wikimedia.org/wikipedia/commons/thumb/e/e1/Thailand_Isan.png/640px-Thailand_Isan.png)
ພາກຕະເວັນອອກຊຽງເໜືອມີພື້ນທີ່ທັ້ງໝົດ 168,854 ຕາລາງກິໂລເມັດ ມີຂະຫນາດໃຫຢ່ທໍ່ເຄີງນຶງຂອງປະເທດເຢຍລະມັນ ມີພື້ນທີ່ຫຼາຍທີ່ສຸດແລະມີປະຊາກອນຫຼາຍທີ່ສຸດໃນປະເທດໄທ ມີແມ່ນ້ຳທີ່ສຳຄັນໃນພູມມິພາກຫຼາຍ ເຊັ່ນວ່າ ແມ່ນ້ຳຫ້ວຍຫຼວງ ແມ່ນ້ຳຊີ ລຳຕະຄອງ ແມ່ນ້ຳພອງ ແມ່ນ້ຳເລີຍ ແມ່ນ້ຳພົມ ແມ່ນ້ຳມູນ ແມ່ນ້ຳສົງຄາມ
ພາສາຫຼັກທີ່ໃຊ້ໃນພູມມິພາກນີ້ໄດ້ແກ່ພາສາລາວສຳນຽງອີສານ[2] ແລະພາສາຂະເໝນໃນແຖບອີສານໃຕ້ ແລະມີຊົນເຜົ່າຢູ່ຫຼາຍໃນພື້ນທີ່[3] ເຊົ່ນວ່າ ຜູ້ໄທ ກູຍ ຍໍ້ ພວນ ແສກ ໄທຊົງດຳ ແລະມີວັດທະນະທຳທີ່ຄືກັບປະເທດລາວ ເຊັ່ນວ່າ ການກິນຂ້າວຫນຽວແລະຕຳສ້ມ[4] ແລະດົນຕີໝໍລຳ ພາກອີສານມີ 20 ຈັງຫວັດ