ປະເທດບົດສະນີ ແລະ ແຮກເຊໂກວິນາ
ປະເທດໃນເອີຣົບຕາເວັນອອກສຽງໃຕ້ / From Wikipedia, the free encyclopedia
ບົດສະນີ ແລະ ແຮກເຊໂກວິນາ (ອັງກິດ: Bosnia and Herzegovina; ບົດສະນີ-ກຣົວຊີ-ມົງເຕເນໂກຣ-ແຊັກບີ: Bosna i Hercegovina / Босна и Херцеговина, ອອກສຽງ: [bôsna i xěrtseɡoʋina]), ຫຍໍ້ວ່າ BiH (BiH / БиХ) ຫຼື B&H,[lower-alpha 1] ບາງຄັ້ງເອີ້ນວ່າ ບົດສະນີ-ແຮກເຊໂກວິນາ ແລະ ມັກຈະຮູ້ຈັກໃນຊື່ຢ່າງບໍ່ເປັນທາງການວ່າ ບົດສະນີ ເປັນປະເທດທີ່ຕັ້ງຢູ່ໃນທາງແຍກລະຫວ່າງເອີຣົບໃຕ້ ແລະ ເອີຣົບຕາເວັນອອກສຽງໃຕ້ ຕັ້ງຢູ່ໃນ ແຫຼມບາຄານ ມີຊາຍແດນຕິດກັບປະເທດແຊັກບີທາງຕາເວັນອອກ ມົງເຕເນໂກຣທາງຕາເວັນອອກສຽງໃຕ້ ແລະ ປະເທດກຣົວຊີທາງເໜືອ ແລະ ຕາເວັນຕົກສຽງເໜືອ ທາງທິດໃຕ້ຂອງປະເທດຍັງມີເຂດແຄມທະເລເອເດຣຍຕິກ ພາຍໃນທະເລເມດີແຕຣາເນ ເຊິ່ງມີໄລຍະທາງປະມານ 20 ກິໂລແມັດ (12 ໄມລ໌) ໃນພື້ນທີ່ພາກກາງ ແລະ ຕາເວັນອອກຂອງປະເທດມີພູເປັນຈຳນວນຫຼາຍ ແລະ ມີສະພາບອາກາດແບບຊຸ່ມພາກພື້ນທະວີບ ໂດຍມີອາກາດຮ້ອນໃນລະດູຮ້ອນ ແຕ່ໜາວເຢັນພ້ອມກັບມີຫິມະໃນລະດູໜາວ ໃນຕາເວັນຕົກສຽງເໜືອມັນເປັນເຂດເນີນພູປານກາງ ແລະ ໃນຕາເວັນອອກສຽງເໜືອພື້ນທີ່ສ່ວນຫຼາຍແມ່ນຮາບພຽງ ພາກພື້ນແຮກເຊໂກວິນາ ເຊິ່ງຕັ້ງຢູ່ພາກໃຕ້ຂອງປະເທດເປັນພາກພື້ນທີ່ມີຂະໜາດນ້ອຍທີ່ສຸດ ມີສະພາບອາກາດແບບເມດີແຕຣາເນ ແລະ ມີພູເຂົາຫຼາຍທີ່ສຸດ ຊາຣາເຢໂວ ເປັນເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດຂອງບົດສະນີ ແລະ ແຮກເຊໂກວິນາ ຕໍ່ຈາກບັນຍາ ລູກາ, ຕູຊລາ ແລະ ເຊເນກາ.
ບົດສະນີ ແລະ ແຮກເຊໂກວິນາ Bosna i Hercegovina (ບົດສະນີ) Bosne i Hercegovina (ກຣົວຊີ) Bosna i Hercegovina / Босна и Херцеговина (ແຊັກບີ) | |
---|---|
ຄຳຂວັນ: ບໍ່ມີ | |
ເພງຊາດ: Državna himna Bosne i Hercegovine Државна химна Босне и Херцеговине "ເພງຊາດບົດສະນີ ແລະ ແຮກເຊໂກວິນາ" | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ຊາຣາເຢໂວ 43°52′N 18°25′E |
ພາສາລັດຖະການ | ພາສາບົດສະນີ, ພາສາແຊັກບີ ແລະ ພາສາກຣົວຊີ |
ການປົກຄອງ | ສະຫະພັນ ລະບົບລັດຖະສະພາ ສາທາລະນະລັດຄະນະຜູ້ອຳນວຍການ |
• ຜູ້ແທນລະດັບສູງ | ຄຣິສທີອັນ ຊະມິດ |
• ປະທານຄະນະປະທານາທິບໍດີ | ເຊລກາ ສະໄວຢານອະວິຊ |
• ສະມາຊິກຄະນະປະທານາທິບໍດີ | ຊາລາໂກ ກັອມຊິດຊ໌ ເດນິສ ເບຊິຣໍວິຊ ເຊລກາ ສະໄວຢານອະວິຊ |
• ປະທານສະພາລັດຖະມົນຕີ | ບໍຣ໌ຢານາ ກຣິຊຕໍ |
ປະຫວັດສາດບົດສະນີ ກໍ່ຕັ້ງໃນປີ 753 | |
• ລາຊະອານາຈັກບົດສະນີ | 753 |
• ສະໄໝ ໂອໂຕມັນຍຶດຄອງ | 1463 |
• ດິນແດນໃຕ້ການປົກຄອງຮ່ວມບົດສະນີ ແລະ ແຮກເຊໂກວິນາ | 1878 |
• ລາຊະອານາຈັກຢູໂກສະລາວີ | 1918 |
• ສະຫະພັນສາທາລະນະລັດສັງຄົມນິຍົມຢູໂກສະລາວີ | 1943 |
• ສາທາລະນະລັດບົດສະນີ ແລະ ແຮກເຊໂກວິນາ/ ສົງຄາມບົດສະນີ | 1992 |
• ສະຫະພັນທະລັດບົດສະນີ ແລະ ແຮກເຊໂກວິນາ | 1995 |
ພື້ນທີ່ | |
• ລວມ | 51,129 ຕາລາງກິໂລແມັດ (19,741 ຕາລາງໄມລ໌) (125) |
1.4% | |
ປະຊາກອນ | |
• 2019 ປະມານ | 3,332,593[1] (135) |
• ສຳມະໂນປະຊາກອນ 2013 | 3,531,159[2] |
69 ຕໍ່ຕາລາງກິໂລແມັດ (178.7 ຕໍ່ຕາລາງໄມລ໌) | |
GDP (ອຳນາດຊື້) | 2021 (ປະມານ) |
• ລວມ | $51.996 ຕື້[3] (114) |
• ຕໍ່ຫົວ | $15,935[3] (77) |
GDP (ລາຄາຕະຫຼາດ) | 2021 (ປະມານ) |
• ລວມ | $21.953 ຕື້[3] (115) |
• ຕໍ່ຫົວ | $6,727[3] (89) |
ຈີນີ (2015) | 32.7[4] ປານກາງ · 47 |
HDI (2019) | 0.780[5] ສູງ · 73 |
ສະກຸນເງິນ | ຄອນເວີຕິເບີລ ນາມາຄາ (BAM) |
ເຂດເວລາ | UTC+1 (CEST) |
• ລະດູຮ້ອນ (ເວລາອອມແສງ) | UTC+1 (CEST) |
ລະຫັດໂທລະສັບ | 387 |
ລະຫັດອິນເຕີເນັດ | .ba |