ພັນເອກຍິງ ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ (ໄທ: สมเด็จพระนางเจ้ารำไพพรรณี พระบรมราชินี) (ອັງກິດ: Her Majesty Queen Rambhai Barni) ແມ່ນພະອັກຄະລະມະເຫສີພຽງພະອົງດຽວໃນພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ

Quick Facts ສົມເດັດພະນາງເຈົ້າຣຳໄພພັນນີພະບໍລົມລາຊິນີ ...
ສົມເດັດພະນາງເຈົ້າຣຳໄພພັນນີ
ພະບໍລົມລາຊິນີ
Thumb

ພະນາມາພິໄທຣຳໄພພັນນີ
ພະລາຊະອິສະລິຍະຍົດພະບໍລົມລາຊິນີ
ຖານັນດອນສັກພະອັກຄະລະມະເຫສີ
ລາຊະວົງຈັກກີ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ20 ທັນວາ ຄ.ສ. 1904
ບາງກອກ ປະເທດສະຫຍາມ
ສະຫວັນຄົດ22 ພຶດສະພາ ຄ.ສ. 1984 (79 ປີ)
ວັງສຸໂຂໄທ ປະເທດໄທ
ພະລາດຊະບິດາສົມເດັດພະເຈົ້າບໍລົມວົງເທີ ພະອົງເຈົ້າສະຫວັດດິໂສພົນ ກົມພະສະຫວັດດິວັດນະວິສິດ
ພະລາດຊະມານດາພະເຈົ້າວໍລະວົງເທີ ພະອົງເຈົ້າອາພາພັນນີ
ພະລາດຊະສະຫວາມີພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ (2461–2484)
ລາຍພະອະພິໄທThumb
Close

ໃນອະດີດກ່າວກັນວ່າພະອົງເປັນສະຕີຊາວໄທທີ່ຊົງພະສິລິໂສມສາມາດເລືອກສະຫຼອງພະອົງເອີລົບມາສວມໃສ່ໄດ້ຢ່າງເໝາະສົມ[1] ທັງຍັງມີພະຈະລິຍະວັດທີ່ນຸ້ມນວນ ພະພັກແຈ່ມໃສ ແຍ້ມພະສວນ (ຍິ້ມ) ຢູ່ໜ່ອຍໆ ທັງໆທີ່ພະອົງປະສົບກັບໂລກະທຳແລະຄວາມສູນເສຍອັນຍິ່ງໃຫຍ່ມາແລ້ວ

ພະອົງປະຕິບັດພະລາຊະກໍລະນີຍະກິດຄຽງຄູ່ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໃນຖານະພະບໍລົມລາຊິນີໃນການສະເດັດພະລາຊະດຳເນິນໄປຍັງຫົວເມືອງ ຮວມທັງຕ່າງປະເທດເພື່ອເປັນການເຊື່ອມພະລາຊະໄມຕີລະຫວ່າງປະເທດ ພາຍຫຼັງການນິວັດປະເທດໄທຫຼັງການສະຫວັນຄົດຂອງພະລາຊະສະຫວາມີແລ້ວ ພະອົງໄດ້ປະຕິບັດພະລາຊະກໍລະນີຍະກິດແທນພະອົງພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດຫຼາຍເທື່ອ ເມື່ອສະເດັດຍ້າຍໄປປະທັບ ນະ ຈັງຫວັດຈັນທະບຸລີ ຊົງດຳເນິນກິດຈະການໃນດ້ານການກະເສດ ການລ້ຽງສັດ ແລະຊົງພັດທະນາການທໍສາດເພື່ອເປັນໂຄງການຕົວຢ່າງແລະນຳຄວາມຮູ້ນັ້ນອອກເຜີຍແພ່ປະຊາຊົນ ນອກຈາກນີ້ພະອົງຍັງມີສ່ວນໃນການພັດທະນາການສາທາລະນະສຸກແລະການສຶກສາຂອງຊາວຈັນທະບຸລີໂດຍຮັບເປັນພະລາຊະພາລະໃນການປັບປຸງໂຮງໝໍພະປົກເກົ້າ ວິທະຍາໄລພະຍາບານພະປົກເກົ້າ ຈັນທະບຸລີແລະມະຫາວິທະຍາໄລລາຊະພັດຣຳໄພພັນນີ

ພະອົງຊົງເລິ່ມມີພະອາການປະຊວນດ້ວຍພະໂລກຄວາມດັນໂລຫິດສູງ ຕັ້ງແຕ່ ຄ.ສ. 1975 ແລະ ວັນທີ່ 22 ພຶດສະພາ ຄ.ສ. 1984 ເວລາ 15.50 ໂມງ ພະອົງສະເດັດສະຫວັນຄົດດ້ວຍພະຫະໄທວາຍໂດຍພະອາການສະຫງົບ ນະ ພະຕຳໜັກສຸໂຂໄທ ຮວມພະຊົນມາຍຸ 79 ພັນສາ 5 ເດືອນ 2 ວັນ

ພະລາຊະປະຫວັດ

ຂະນະຊົງພະເຍົາ

Thumb
ຂະນະຊົງພະເຍົາ

ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ ສະເດັດພະລາຊະສົມພົບເມື່ອວັນອັງຄານທີ 20 ທັນວາ ຄ.ສ. 1904 ພະບິດາຂອງພະອົງຄື ສົມເດັດພະເຈົ້າບໍລົມວົງເທີ ພະອົງເຈົ້າສະຫວັດດິໂສພົນ ກົມພະສະຫວັດດິວັດນະວິສິດ ຕົ້ນລາຊະກຸນສະຫວັດດິວັດ ພະລາຊະໂອລົດໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ປະສູດແຕ່ສົມເດັດພະປິຍະມາວະດີ ສີພັດຊະລິນມາຕາ[2] ສ່ວນພະມານດາຄື ໝ່ອມເຈົ້າອາພາພັນນີ ສະຫວັດດິວັດ ສະກຸນເດີມ ຄັກຄະນາງ (ໄທ: คัคณางค์) ພະທິດາໃນພະເຈົ້າບໍລົມວົງເທີ ພະອົງເຈົ້າຄັກຄະນາງຍຸຄົນ ກົມມະຫຼວງພິຊິດປີຊາກອນ ພະໂອລົດໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ພາຍຫຼັງໝ່ອມເຈົ້າອາພັນນີໄດ້ຮັບການສະຖາປະນາຂຶ້ນເປັນ "ພະເຈົ້າວໍລະວົງເທີ ພະອົງເຈົ້າອາພາພັນນີ"[3]

ພະອົງມີພະນາມເດີມວ່າ ໝ່ອມເຈົ້າຣຳໄພພັນນີ ສະຫວັດດິວັດ ຊາວວັງຮຽກຂານພະນາມພະອົງວ່າ ທ່ານຍິງນາ ເຊິ່ງພະວໍລະວົງເທີ ພະອົງເຈົ້າຈຸລະຈັກກະພົງ ຜູ້ຊົງນິພົນປື້ມເລື່ອງ ເກີດວັງປາຣຸດ ໄດ້ເລົ່າເຖິງທີ່ມາຂອງພະນາມນີ້ວ່າ

...ເພື່ອນຫຼີ້ນທີ່ຂ້າພະເຈົ້າຮັກຫຼາຍທີ່ສຸດເປັນແມ່ຍິງ ແລະແກ່ກວ່າຂ້າພະເຈົ້າຮາວສາມປີ ເປັນໝ່ອມເຈົ້າທິດາຂອງສະເດັດປູ່ສະຫວັດ ຊົງນາມວ່າ ຣຳໄພພັນນີ ແລະຮຽກຂານກັນໃນເວລານັ້ນວ່າ ທ່ານຍິງນາ ໝ່ອມເຈົ້າຍິງນັ້ນໂດຍຫຼາຍຈະຮຽກກັນວ່າ ທ່ານຍິງໃຫຍ່ ທ່ານຍິງເລັກ ທ່ານຍິງນ້ອຍ ດັ່ງນີ້ເປັນຕົ້ນ ການຖືກຮຽກວ່າທ່ານຍິງນານັ້ນ ຜູ້ອ່ານບາງຄົນອາດຈະເຫັນວ່າແປກ ເລື່ອງລາວເປັນຈັ່ງຊີ້ ເມື່ອນ້ອຍໆ ຢູ່ເປັນເດັກທີ່ມີຮູບຮ່າງອ້ວນ ຈຶ່ງຖືກລໍ້ວ່າເປັນເຕົ່າ ສຳລັບໄທເຮົາການຖືກຮຽກວ່າເຕົ່າເມື່ອຕອນເປັນເດັກນ້ອຍ ບໍ່ເປັນຂອງເສຍຫາຍ ແມ້ນທູນໝ່ອມລຸງກໍເຄີຍຖືກສົມເດັດຍ່າຮຽກວ່າ ເຕົ່າ ຢ່າງໃດກໍດີ ເມື່ອທ່ານຍິງນາຍັງນ້ອຍໆ ຢູ່ ໄດ້ຖືກຖາມວ່າ “ຢາກເປັນອີ່ຫຍັງ ຢາກເປັນເຕົ່າທອງຫຼືເຕົ່ານາ” ທ່ານຍິງອົງນ້ອຍໄດ້ຍິ້ມແລະຕອບວ່າ "ຢາກເປັນເຕົ່ານາ" ແລະກໍເລຍກາຍເປັນທ່ານຍິງນາຕັ້ງແຕ່ນັ້ນມາ...

ພະນາມ

  • ໝ່ອມເຈົ້າຣຳໄພພັນນີ ສະຫວັດດິວັດ
    หม่อมเจ้ารำไพพรรณี สวัสดิวัตน์ (20 ທັນວາ ຄ.ສ. 1904 — 26 ສິງຫາ ຄ.ສ. 1918)
  • ໝ່ອມເຈົ້າຣຳໄພພັນນີ ພະຊາຍາ
    หม่อมเจ้ารำไพพรรณี พระชายา (26 ສິງຫາ ຄ.ສ. 1918 — 26 ພະຈິກ ຄ.ສ. 1925)
  • ໝ່ອມເຈົ້າຣຳໄພພັນນີ ພະວໍລະລາຊະຊາຍາ
    หม่อมเจ้ารำไพพรรณี พระวรราชชายา (26 ພະຈິກ ຄ.ສ. 1925 — 25 ກຸມພາ ຄ.​ສ. 1926)
  • ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍຣົມລາຊິນີ
    สมเด็จพระนางเจ้ารำไพพรรณี พระบรมราชินี (25 ກຸມພາ ຄ.​ສ. 1926 — 22 ພຶດສະພາ ຄ.​ສ. 1984)

ອ້າງອີງ

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.