From Wikipedia, the free encyclopedia
ຊາລາແມນເດີ້ (ອັງກິດ: Salamander, ອັນດັບ: Caudata, Urodela) ເປັນສັດມີກະດູກສັນຫຼັງທີ່ຢູ່ໃນຊັ້ນສັດເຄິ່ງບົກເຄິ່ງນ້ຳ ຈັດຢູ່ໃນອັນດັບ Caudata ແລະ Urodela.
ຊາລາແມນເດີ້ ຊ່ວງເວລາທີ່ມີຊີວິດຢູ່: ຈູແຣສຊິກ-ປັດຈຸບັນ | |
---|---|
ຊາລາແມນເດີ້ໄຟ (Salamandra salamandra) ເປັນຊາລາແມນເດີ້ຂະໜາດນ້ອຍ ຫຼື ນິ້ວທ໌ (Salamandridae) ພົບໃນຫຼາຍປະເທດຢູ່ທະວີບເອີຣົບ | |
ການຈຳແໜກຊັ້ນທາງວິທະຍາສາດ | |
ອານາຈັກ: | Animalia |
ຟີລຳ: | Chordata |
ຊັ້ນ: | Amphibia |
ຊັ້ນຍ່ອຍ: | Lissamphibia |
ອັນດັບ: | Caudata Scopoli, 1777 |
ອັນດັບຍ່ອຍ | |
| |
ແຜນທີ່ສະແດງການແຜ່ກະຈາຍພັນຂອງສັດໃນອັນດັບນີ້ (ສີຂຽວ) | |
ຊື່ພ້ອງ | |
|
ສ່ວນໃຫຍ່ມີຂາ 2 ແລະ ມີຫາງ, ລຳຕົວສັ້ນ ແລະ ມີກ້າມເນື້ອລຳຕົວລັກສະນະເປັນຂໍ້ເລັກໜ້ອຍ. ບາງຊະນິດອາໄສຢູ່ໃນນ້ຳ, ມີລຳຕົວຍາວຮຽວ ແລະ ຫຼຸດຂະໜາດຂອງຂາລົງ ເຊັ່ນ: ສະກຸນ Amphiuma, Siren, Oedipina, Pseudobranchus ສ່ວນໃຫຍ່ໄດ້ຫຼຸດຈຳນວນຊິ້ນຂອງກະດູກກະໂຫຼກ ແລະ ຕົວເຕັມໄວມີຂະໜາດທີ່ແຕກຕ່າງກັນຫຼາຍຄື ລະຫວ່າງ 3 ຊັງຕີແມັດ ຈົນເກືອບເຖິງ 2 ແມັດ. ຕົວເຕັມໄວມີບາງສ່ວນອາໄສຢູ່ເທິງບົກ ແຕ່ປະສົມພັນໃນນ້ຳ. ແຕ່ບາງຊະນິດກໍອາໄສ ແລະ ປະສົມພັນກັນເທິງບົກ ຫຼື ອາໄສຢູ່ແຕ່ໃນນ້ຳ ແລະ ປະສົມພັນກັນໃນນ້ຳ ຫຼື ອາໄສຢູ່ເທິງຕົ້ນໄມ້.
ຊາລາແມນເດີ້ບໍ່ມີຊ່ອງຫູຊັ້ນກາງ ແລະ ບໍ່ມີແຜ່ນເຈ້ຍແກ້ວຫູ, ໂຄງສ້າງໃຊ້ຮັບຟັງສຽງປະກອບດ້ວຍກະດູກຄໍລິວເມລາ ແລະ ກະດູກໂອເພີຄິວລຳ. ໂຄງສ້າງທັງ 2 ນີ້ອາດເປັນກະດູກອ່ອນ ຫຼື ເປັນກະດູກ ແລະ ເຊື່ອມຕໍ່ກັບຫູຊັ້ນໃນ. ກະດູກຄໍລິເມລາໃຊ້ຮັບຟັງຄື້ນສຽງໃນອາກາດ ສ່ວນກະດູກໂອເພີຄິວລຳທີ່ເຊື່ອມຄໍ່ກັບກະດູກຊູປຣາສຄາພູລາຂອງກະດູກບ່າໄຫຼ່ ແລະ ກ້າມເນື້ອ ໃຊ້ຮັບຟັງຄື້ນສຽງຄວາມຖີ່ຕ່ຳໃນອາກາດ ແລະ ແຮງສະເທືອນເທິງພື້ນດິນ. ແນວໃດກໍຕາມ ຊາລາແມນເດີ້ໃນຫຼາຍຕະກູນກໍບໍ່ມີກະດູກໂອເພີຄິວລຳ ຫຼື ບໍ່ມີກ້າມເນື້ອ.
ມີໂຄງສ້າງທາງຜິວໜັງຄືກັນກັບສັດເຄິ່ງບົກເຄິ່ງນ້ຳອັນດັບອື່ນ ຮວມທັງມີຕ່ອມເມືອກ ແລະ ຕ່ອມພິດໃຊ້ປ້ອງກັນຕົວ. ຕ່ອມເມືອກໃນຫຼາຍຊະນິດເຮັດໜ້າທີ່ສັງເຄາະສານຟີໂຣໂມນເພື່ອໃຊ້ດຶງດູດເພດກົງກັນຂ້າມໃນການກ້ຽວພາລາສີ, ໃນຂະນະທີ່ຕ່ອມເມືອກຂອງບາງຕະກູນ ແລະ ບາງສະກຸນຈະຢູ່ຮວມກັນເປັນກຸ່ມເຊັ່ນ: ຕະກູນ Plethodontidae ແລະ ສະກຸນ Notophthalmus.
ການສືບພັນມີທັງແບບປະຕິສົນທິພາຍໃນ ແລະ ປະຕິສົນທິພາຍນອກຮ່າງກາຍ. ຕົວອ່ອນມີຮູບຮ່າງຄືໄວລຸ້ນ ແລະ ຕົວເຕັມໄວ ແຕ່ມີເຫງືອກ ແລະ ມີໂຄງສ້າງຂອງຮ່າງກາຍບາງປະການທີ່ກ່ຽວຂ້ອງກັບການອາໄສຢູ່ໃນນ້ຳຢູ່ເຊັ່ນ: ມີຄີຫາງ, ມີຊ່ອງເປີດເຫງືອກ ແລະ ບໍ່ມີເປືອກຕາ, ບໍ່ມີກະດູກແມັກຊີລາ ແລະ ໂຄງສ້າງເນື້ອເຍື່ອຊັ້ນຜິວໜັງແຕກຕ່າງຈາກຕົວເຕັມໄວ ເຊິ່ງທັງໝົດນີ້ຈະກາຍສະພາບເປັນຂອງຕົວເຕັມໄວເມື່ອຕົວອ່ອນປ່ຽນຮູບຮ່າງ. ເພດານປາກຂອງຕົວອ່ອນປ່ຽນສະພາບເມື່ອປ່ຽນຮູບຮ່າງເຊັ່ນດຽວກັນ ເຊິ່ງເປັນລັກສະນະສະເພາະຂອງສັດເຄິ່ງບົກເຄິ່ງນ້ຳໃນອັນດັບນີ້.
ປັດຈຸບັນ ມີການອະນຸກົມວິທານຊາລາແມນເດີ້ ແລະ ນິ້ວທ໌ (ຊື່ສາມັນໃຊ້ເອີ້ນຊາລາແມນເດີ້ຂະໜາດນ້ອຍ) ອອກເປັນວົງທັງໝົດ 10 ຕະກູນ (3 ອັນດັບຍ່ອຍ) ໃນ 68 ສະກຸນ ແລະ ມີຊະນິດພັນປະມານ 580 ຊະນິດ ສ່ວນໃຫຍ່ອາໄສຢູ່ໃນທະວີບອາເມລິກາເໜືອ ແລະ ໃນເຂດອົບອຸ່ນຂອງຢູເຣເຊຍ. ແຕ່ບາງຕະກູນກໍມີການກະຈາຍພັນໃນທະວີບອາເມລິກາໃຕ້ ແລະ ທະວີບອາເມລິກາກາງ ຮວມເຖິງບາງສ່ວນຂອງທະວີບອາຟຣິກາ ແລະ ອາຊີກາງ ຕາມສາຍພູຫິມະໄລອີກດ້ວຍ.
ຕະກູນ | ລາຍລະອຽດແບບຫຍໍ້ໆ | ຕົວຢ່າງຂອງຊະນິດ | ຮູບພາບ |
Ambystomatidae | ມີຮູບຮ່າງປ້ອມ ແລະ ຫາງໃຫຍ່ ໂດຍຄົງຮູບຮ່າງໃນໄວອ່ອນໄດ້ດີ, ບໍ່ມີເຫງືອກ ແລະ ບໍ່ມີຊ່ອງເປີດເຫງືອກ, ມີປອດ, ມີພຽງ 33 ຊະນິດ ພົບໄດ້ໃນທະວີບອາເມລິກາເໜືອຈົນຮອດອາເມຣິກາກາງ | ແອັກໂຊລໍເຕິ້ນ (Ambystoma mexicanum) | |
Amphiumidae | ມີຮູບຮ່າງຍາງຄ້າຍຄືງູ ຫຼື ຂຽດງູ ແຕ່ມີນິ້ວຕີນຂະໜາດນ້ອຍ ແລະ ມີຂະໜາດຄວາມຍາວລຳຕົວແຕກຕ່າງກັນ. ມີສະກຸນດຽວ, 3 ຊະນິດ ພົບໄດ້ສະເພາະໃນທິດຕາເວັນອອກສ່ຽງໃຕ້ຂອງສະຫະລັດອາເມລິກາ | ແອມຟິອູມາສອງນິ້ວ (Amphiuma means) | |
Dicamptodontidae | ມີລຳຕົວປ້ອມ ແລະ ຫາງໃຫຍ່ ມີຂະໜາດຕັ້ງແຕ່ 13-35 ຊັງຕີແມັດ ພົບສະເພາະໃນສາຍນ້ຳໃນປ່າດົງດິບທີ່ມີອຸນຫະພູມຂ້ອນຂ້າງເຢັນຂອງທະວີບອາເມລິກາເໜືອຈົນຮອດອາເມລິກາກາງ | ຊາລາແມນເດີ້ຍັກປາຊີຟິກ (Dicamptodon tenebrosus) | |
Plethodontidae | ເປັນຕະກູນທີ່ມີຈຳນວນສະມາຊິກຫຼາຍທີ່ສຸດຂອງອັນດັບນີ້ ພົບແຫຼ່ງອາໄສແຕກຕ່າງກັນ ບໍ່ວ່າຈະເປັນໃນນ້ຳ, ເທິງບົກ ແລະ ເທິງຕົ້ນໄມ້. | ຊາລາແມນເດີ້ຫຼັງແດງ (Plethodon cinereus) | |
Proteidae | ມີລຳຕົວຍາວຮຽວ ມີຂະໜາດຕັ້ງແຕ່ 20-48 ຊັງຕີແມັດ, ມີ 2 ສະກຸນ, 5 ຊະນິດ ພົບໃນທະວີບອາເມລິກາເໜືອ ແລະ ບາງສ່ວນຂອງເອີຣົບ | ໂອມ (Proteus anguinus) | |
Rhyacotritonidae | ເປັນຕະກຸນທີ່ມີໂຄງສ້າງລັກສະນະສະເພາະ, ມີລຳຕົວປ້ອມ, ຂາສັ້ນແຕ່ໃຫຍ່, ປະຕິສົນທິພາຍໃນຕົວ, ມີສະກຸນດຽວ, 4 ຊະນິດ ພົບໃນທິດຕາເວັນຕົກສ່ຽງເໜືອຂອງສະຫະລັດອາເມລິກາ | ຊາລາແມນເດີ້ເທີເຣນໃຕ້ (Rhyacotriton variegatus) | |
Salamandridae | ເປັນຕະກູນທີ່ມີຂະໜາດນ້ອຍ ຫຼື ເອີ້ນໃນຊື່ສາມັນວ່າ "ນິ້ວທ໌". ມີ 21 ສະກຸນ, 79 ຊະນິດ, ກະຈາຍພັນໄປໃນຫຼາຍພື້ນທີ່ທົ່ວໂລກ | ກະທ່າງ (Tylotriton verrucosus) | |
ຊາລາແມນເດີ້ ແລະ ນິ້ວທ໌ ຖືກຕັ້ງຊື່ສາມັນຕາມຊື່ຂອງສັດປະຫຼາດໃນຕຳນານເທບເກຣັກ ຄື ຊາລາແມນເດີ້ ເຊິ່ງເລົ່າກັນວ່າມີຮູບຮ່າງຄ້າຍຄືຈີ່ຈ້ຽມ ແຕ່ເມື່ອຢູ່ໃນໄຟແລ້ວຈະບໍ່ຕາຍ.[3] ປົກກະຕິແລ້ວເປັນສັດທີ່ມະນຸດບໍ່ກິນເປັນອາຫານ ແຕ່ນິຍົມລ້ຽງເປັນສັດລ້ຽງ ເພາະຄວາມໜ້າສົນໃຈໃນວົງຈອນຊີວິດ ແລະ ຫຼາຍຊະນິດກໍມີສີສັນສວຍງາມ ແລະ ຮູບຮ່າງລັກສະນະທີ່ແປກ ໂດຍຊະນິດທີ່ໄດ້ຮັບການຍົກຍ້ອງວ່າມີຄວາມສວຍງາມທີ່ສຸດແມ່ນ ກະທ່າງ ເຊິ່ງເປັນຊະນິດດຽວເທົ່ານັ້ນທີ່ພົບໄດ້ໃນປະເທດເພື່ອນບ້ານໃກ້ຄຽງລາວ ກໍຄືປະເທດໄທ ໂດຍສະເພາະໂຕຜູ້ ໃນລະດູປະສົມພັນຈະມີແຕ້ມເທິງລຳຕົວຊັດເຈນເປັນສີສົ້ມສົດ ແຕ່ກໍມີຄວາມສ່ຽງເປັນຊະນິດທີ່ໃກ້ຈະສູນພັນແລ້ວ.
ນອກນັ້ນຍັງລ້ຽງໄວ້ເພື່ອການສຶກສາວິໄຈໃນເລື່ອງສະເຕັມເຊວຂອງແອັກໂຊລໍເຕິ້ນອີກດ້ວຍ.[4]
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.