![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/3/38/Wasserb%25C3%25BCffel_%252825787818312%2529.jpg/640px-Wasserb%25C3%25BCffel_%252825787818312%2529.jpg&w=640&q=50)
ຄວາຍ
From Wikipedia, the free encyclopedia
ຄວາຍ (ອັງກິດ: water buffalo, ຝຣັ່ງ: buffle d'Asie) ຈັດຢູ່ໃນຟີລຳສັດມີແກນສັນຫຼັງ ຊັ້ນສັດລ້ຽງລູກດ້ວຍນ້ຳນົມ. ເປັນສັດພາຫະນະ ລ້ຽງເພື່ອໃຊ້ວຽກທາງກະສິກຳສ່ວນຫຼາຍໃນປະເທດທາງອາຊີຍ້ອນຊາວນານິຍົມລ້ຽງຄວາຍເປັນແຮງງານເພື່ອໄວ້ໄຖນາ. ຄວາຍຖືວ່າເປັນສັດທີ່ມີປະໂຫຍດຫຼາຍຕໍ່ມະນຸດ ຍ້ອນສາມາດໃຊ້ເປັນພາຫະນະຊ່ອຍເຮັດໄຮ່ໄຖນາ ຫຼືນຳໄປຂ້າເພື່ອກິນຊີ້ນຂອງມັນ. ປັດຈຸບັນໃນກະສິກຳ ມີການໃຊ້ຄວາຍໜ້ອຍລົງ ໂດຍສະເພາະແມ່ນປະເທດທີ່ມີຄວາມພັດທະນາສູງ.
Quick Facts ຄວາຍ, ສະຖານະການອະນຸຮັກ ...
ຄວາຍ | |
---|---|
![]() | |
ຄວາຍໃນປະເທດໄທ | |
ສະຖານະການອະນຸຮັກ | |
ສັດລ້ຽງຫຼືປະສຸສັດ | |
ການຈຳແໜກຊັ້ນທາງວິທະຍາສາດ | |
ອານາຈັກ: | Animalia |
ຟີລຳ: | Chordata |
ຊັ້ນ: | Mammalia |
ອັນດັບ: | Artiodactyla |
ວົງ: | Bovidae |
ວົງຍ່ອຍ: | Bovinae |
ສະກຸນ: | Bubalus |
ຊະນິດ: | B. bubalis |
ຊື່ທະວິນາມ | |
Bubalus bubalis (Linnaeus, 1758) | |
Close