ສະຕາບັກຊ໌
From Wikipedia, the free encyclopedia
ສະຕາບັກຊ໌ (ອັງກິດ: Starbucks) ເປັນຮ້ານກາເຟຈາກອາເມຣິກາໃນເມືອງຊີແອດເທີນໃນລັດວໍຊິງຕັນ ໃນປີ ຄ.ສ. 1971 ໂດຍ ກຣໍດອນ ໂບວເກີ, ເຈີຣີ ບາລວິນ ແລະ ເຊບ ຊີເກິລ ໃນຊ່ວງຕອນເລີ່ມຕົ້ນ ໂລໂກ້ໄດ້ຖືກນໍາໃຊ້ເປັນໄຊເລັນ 2 ຫາງ ກໍ່ຕັ້ງໃນຖານະເປັນຮ້ານຂາຍຖົ່ວກາເຟຄົ້ວ ໃນປີ 1982 ສະຕາບັກຊ໌ມີສາຂາ 5 ສາຂາ ແລະ ໂຮເວີດ ສລູດສ໌ໄດ້ເຂົ້າຮ່ວມກິດຈະກໍານຳ ໂດຍການດູແລຂອງການຕະຫຼາດ ແລະ ການຂາຍຍ່ອຍ ເຊິ່ງພວກເຂົາໄດ້ແນະນຳໃຫ້ເປີດສະຕາບັກຊ໌ເປັນຮ້ານກາເຟ ແຕ່ຫຼາຍຄົນກໍບໍ່ເຊື່ອໃນວິໄສທັດຂອງລາວ ຕໍ່ມາສລູດສ໌ໄດ້ຂໍລາອອກຈາກບໍລິສັດ ໄປເປີດບາກາເຟຂອງຕົນເອງຊື່ ອິລ ຈີອໍຣ໌ເນລ ແລະ ຈຳໜ່າຍກາເຟຂອງສະຕາບັກຊ໌ ໃນປີ 1987 ສະຕາບັກຊ໌ປະເຊີນບັນຫາກັບຄວາມຫຍຸ້ງຍາກເນື່ອງຈາກບໍ່ສາມາດຄວບຄຸມຄຸນນະພາບຜະລິດຕະພັນໄດ້ ປີ ຄ.ສ 1988 ອິລ ຈີອໍຣ໌ເນລຈຶ່ງຊື້ທຸລະກິດຂາຍຍ່ອຍໄວ້ ແລະ ປ່ຽນຊື່ເປັນ ສະຕາບັກຊ໌ ຄໍເປີເຣຊັນ ແລະ ຈ້າງນັກບໍລິຫານມືອາຊີບເຂົ້າມາດູແລ ປີ 1992 ສະຕາບັກຊ໌ໄດ້ເຂົ້າຕະຫຼາດຫຸ້ນ ແລະ ໃນປີ 1996 ສະຕາບັກຊ໌ໄດ້ເປີດສາຂາທໍາອິດຢູ່ນອກອາເມຣິກາເໜືອທີ່ໂຕກຽວ, ປະເທດຍີ່ປຸ່ນ ປັດຈຸບັນຫຼາຍກວ່າ 1 ໃນ 3 ຂອງຮ້ານສະຕາບັກຊ໌ທັງໝົດຢູ່ໃນຕ່າງປະເທດ[3] ໂດຍສະເລ່ຍແລ້ວສະຕາບັກຊ໌ໄດ້ເປີດສາຂາໃໝ່ເພີ່ມມື້ລະ 2 ສາຂາໃນລະຫວ່າງປີ 1987 ແລະ 2007[4] ບໍລິສັດໄດ້ເລີ່ມ Caffe Starbucks ເປັນລະບົບການບໍລິການອອນລາຍໂດຍອີງໃສ່ເຄືອຂ່າຍຂອງ ເອໂອແອລ
ສຳນັກງານໃຫຍ່ຂອງສະຕາບັກຊ໌ທີ່ສະຕາບັກຊ໌ເຊັນເຕີໃນຊີແອດເທີນ | |
ປະເພດ | ບໍລິສັດ |
---|---|
ISIN | US8552441094 |
ອຸດສາຫະກຳ | ຮ້ານກາເຟ ກາເຟ |
ກໍ່ຕັ້ງ | 31 ມີນາ ປີ1971 (51 ປີກ່ອນ) ຕະຫຼາດໄພເພຣນສ໌, ເອລລູອັອດເບ, ຊີແອດເທີນ, ສະຫະລັດອາເມຣິກາ |
ຜູ້ກໍ່ຕັ້ງ | ເຈີຣີ ບາລວິນ, ເຊບ ຊີເກິລ ແລະ ກຣໍດອນ ໂບວເກີ |
ສຳນັກງານໃຫຍ່ | ຊີແອດເທີນ, ວໍຊິງຕັນ, 84 ປະເທດ |
ຈຳນວນທີ່ຕັ້ງ | 35,711 |
ບຸກຄະລາກອນຫຼັກ | ໂຮເວີດ ສລູດຊ໌ (ປະທານບໍລິສັດ ແລະ ຜູ້ບໍລິຫານ) ເຄວິນ ຈອນສັນ (ປະທານບໍລິສັດ ແລະ ຫົວໜ້າຝ່າຍປະຕິບັດການ) |
ຜະລິດຕະພັນ | ກາເຟ ນໍ້າປັ່ນ ຊາ ເບເກີຣີ ແຊນວິດ |
ບໍລິການ | ກາເຟ |
ລາຍໄດ້ | 22.387 ຕື້ໂດລາສະຫະລັດ[1] |
ລາຍໄດ້ຈາກການດຳເນີນງານ | 4.135 ຕື້ໂດລາສະຫະລັດ[1] |
ລາຍໄດ້ສຸດທິ | 2.885 ຕື້ໂດລາສະຫະລັດ |
ສິນຊັບ | 14.366 ຕື້ໂດລາສະຫະລັດ[1] |
ສ່ວນຂອງຜູ້ຖືຮຸ້ນ | 5.45 ຕື້ໂດລາສະຫະລັດ[1] |
ພະນັກງານ | 238,000 ຄົນ[2] |
ບໍລິສັດໃນເຄືອ | ສະຕາບັກຊ໌ຄອບຟີ ເອທົສວໍເຕີ ອີໂວລູຊັນເຟຣຊ ເຮຍຣ໌ມິວສິກ ລາບູລັງເບເກີຣີ ຊີແອດເທິລສ໌ເບສຕ໌ຄອບຟີ ທາໂຊ ທີວານາ ຕໍເຣຟາຊິໂອເນ ອີຕາເລຍ |
ເວັບໄຊ | Starbucks.com Starbucks.la |
ສັນຍະລັກຂອງສະຕາບັກຊ໌ຄັ້ງທຳອິດນັ້ນເປັນຮູບນາງເງືອກ ເຊິ່ງເປັນ ນາງເງືອກໄຊເຣນສອງຫາງ (Norse Siren) ໃນເທບນິຍາຍເພື່ອໃຫ້ນຶກເຖິງການຜະຈົນໄພຢູ່ໃນທ້ອງທະເລ ແລະ ດັດແກ້ຫຼາຍຄັ້ງ ແລະ ຫຼ້າສຸດແມ່ນໃນປີ ຄ.ສ. 2011 ໃນວາລະຂອງການສະເຫຼີມສະຫຼອງຄົບຮອບ 40 ປິຂອງການດຳເນີນທຸລະກິດ
ປັດຈຸບັນສະຕາບັກຊ໌ມີສາຂາຫຼາຍກວ່າ 27,984 ສາຂາທັງຢູ່ໃນສະຫະລັດອາເມຣິກາ ແລະ ໃນອີກ 73 ປະເທດ ໃນປີ ຄ.ສ. 2018 ແລະ ປະເທດລາວມີຈຳນວນທັງໝົດ 2 ສາຂາ[5] ອະດີດປະທານບໍລິຫານ ໂຮເວີດ ສລູດຊ໌ (Howard Schultz)ປະກາດລາອອກເມື່ອເດືອນເມສາ 2017 ຜູ້ດຳລົງຕຳແໜ່ງປະທານບໍລິຫານປັດຈຸບັນແມ່ນ ເຄວິນ ຈອນສັນ (Kevin Johnson)[6]