ມາຊາລາຈາຍ
From Wikipedia, the free encyclopedia
ມາຊາລາຈາຍ (ຮິນດີ:मसाला चाय,ຫມາຍຄວາມວ່າ "ຊາໃສ່ເຄື່ອງເທດ"; ອູຣະດູ:مصالحہ چائے; ເນປານ: मसलेदार चिया; ເບງກອນ: মসলা চা) ແມ່ນເຄື່ອງດື່ມຊາທີ່ມີລົດຊາດຈາກອາຊີໃຕ້ ໄດ້ຈາກການຕົ້ມໃບຊາດຳດ້ວຍເຄື່ອງເທດແລະສະໝຸນໄພທີ່ມີກິ່ນຫອມ ໃນປັດຈຸບັນມາຊາລາຈາຍໄດ້ຮັບຄວາມນິຍົມໄປທົ່ວໂລກແລະກາຍເປັນເຄື່ອງດື່ມທີ່ໂດດເດັ່ນຂອງຮ້ານກາເຟຫຼືຮ້ານຊາຫຼາຍທີ່ ບາງທີ່ອາດຈະເອີ້ນເຄື່ອງດື່ມນີ້ສັ້ນໆ ວ່າ "ຈາຍ"[3] ຊຶ່ງຫມາຍຄວາມວ່າຊາ ຫຼືເອີ້ນວ່າ "ຊາຈາຍ" ໂດຍເປົນການຊ້ໍາຄໍາສັບ[4][5] ວິທີການກະກຽມແບບດັ້ງເດີມຕ້ອງຕົ້ມໃບຊາດ້ວຍນົມແລະເຄື່ອງເທດ ເຊັ່ນ ແກ່ນກະວານຂຽວ, ທ່ອນອົບເຊຍ, ຂີງບົດ, ກ້ານພູບົດ, ແກ່ນພິກໄທດຳ ແລະອື່ນໆ ຫຼັງຈາກນັ້ນກັ່ນຕອງກາກທີ່ຍັງເຫຼືອອອກ ແຕ່ຍັງມີການຜະລິດສໍາລັບການຂາຍຍ່ອຍ ໃນຮູບແບບຂອງຖົງຊາສໍາລັບການຕົ້ມ, ຜົງປະສົມ ຫຼືຊາເຄື່ອງເທດເຂັ້ມຂຸ້ນ (concentrate)