ປະເທດອາກຊັງຕີນ
ປະເທດໃນທະວີບອາເມຣິກາໃຕ້ / From Wikipedia, the free encyclopedia
ອາກຊັງຕີນ ຫຼື ອາເຈນຕິນາ ຫຼື ຊື່ເຕັມ ສາທາລະນະລັດອາກຊັງຕີນ (ແອັດສະປາຍ: República Argentina) ແມ່ນໜຶ່ງໃນປະເທດໃນອາເມຣິກາໃຕ້ (ອາເມຣິກາລາແຕັງ) ຕັ້ງຢູ່ລະຫວ່າງກາງພູອັງດີດທາງທິດຕາເວັນຕາເວັນຕົກ ແລະ ມະຫາສະໝຸດອັດລັງຕິກໃຕ້ທາງທິດຕາເວັນອອກ. ມີພົມແດນຈົດປະເທດປາຣາກວາຍ ແລະ ປະເທດໂບລີວີທາງພາກເໜືອ ຈົດປະເທດອູຣູກວາຍ ແລະ ປະເທດບຣາຊິນທາງພາກຕາເວັນອອກສຽງເໜືອ ແລະ ຈົດປະເທດຊີເລທາງພາກຕາເວັນຕົກ ແລະ ພາກໃຕ້ ອາກຊັງຕີນແມ່ນປະເທດທີ່ມີພື້ນທີ່ໃຫຍ່ເປັນອັນດັບທີ 2 ຂອງທະວີບອາເມຣິກາໃຕ້ ຮອງຈາກບຣາຊິນ ແລະ ມີພື້ນທີ່ໃຫຍ່ເປັນອັນດັບທີ 8 ຂອງໂລກ.
Quick Facts ສາທາລະນະລັດອາກຊັງຕີນ República Argentina (ແອັດສະປາຍ), ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ...
ສາທາລະນະລັດອາກຊັງຕີນ[upper-alpha 1] República Argentina (ແອັດສະປາຍ)
| |
---|---|
ພື້ນທີ່ຂອງອາກຊັງຕີນຕັ້ງຢູ່ໃນສີຂຽວ ພື້ນທີ່ທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມຢູ່ໃນສີຂຽວອ່ອນ | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ບູໂນສ ແອຣີສ 34°36′S 58°23′W |
ພາສາລັດຖະການ | ແອັດສະປາຍ[lower-alpha 1] |
ການປົກຄອງ | ສະຫະພັນສາທາລະນະລັດລະບົບປະທານາທິບໍດີ |
• ປະທານາທິບໍດີ | ອັລເບໂຕ ເຟນັນເດຊ |
• ຮອງປະທານາທິບໍດີ | ກຣິສຕິນາ ເຟນັນເດຊ ເດ ກີຣ໌ຊເນ |
• ຫົວໜ້າລັດຖະມົນຕີ | ຈວນ ລຸຍຊ໌ ມັນຊູຣ໌ |
• ປະທານສະພາຜູ້ແທນລາຊະດອນ | ເຊຣ໌ກິໂອ ມາຊາ |
• ປະທານສານສູງສຸດ | ກາໂລສ ໂຣເຊງກຣັນສ໌ |
ເອກະລາດ ຈາກແອັດສະປາຍ | |
• ການປະຕິວັດພຶດສະພາ | 25 ພຶດສະພາ 1810 |
• ປະກາດ | 9 ກໍລະກົດ 1816 |
• ລັດຖະທໍາມະນູນ | 1 ພຶດສະພາ 1853 |
ພື້ນທີ່ | |
• ລວມ | 2,780,400 ຕາລາງກິໂລແມັດ (1,073,500 ຕາລາງໄມລ໌) (ອັນດັບທີ 8) |
1.57 | |
ປະຊາກອນ | |
• 2021 ປະມານ | 45,605,826[1] (ອັນດັບທີ 31) |
• ສຳມະໂນປະຊາກອນ 2010 | 40,117,096[2] |
GDP (ອຳນາດຊື້) | 2019 (ປະມານ) |
• ລວມ | 1.033 ພັນຕື້ໂດລາສະຫະລັດ[3] (ອັນດັບທີ 26) |
• ຕໍ່ຫົວ | 22,997 ໂດລາສະຫະລັດ[3] (ອັນດັບທີ 56) |
GDP (ລາຄາຕະຫຼາດ) | 2019 (ປະມານ) |
• ລວມ | 444.458 ຕື້ໂດລາສະຫະລັດ[3] (ອັນດັບທີ 25) |
• ຕໍ່ຫົວ | 9,890 ໂດລາສະຫະລັດ[3] (ອັນດັບທີ 53) |
ຈີນີ (2020) | 42.9[4][5] ປານກາງ |
HDI (2019) | 0.845[6] ສູງຫຼາຍ · 46 |
ສະກຸນເງິນ | ເປໂຊອາກຊັງຕີນ ($) (ARS) |
ເຂດເວລາ | UTC−3 (ເວລາໃນປະເທດອາກຊັງຕີນ) |
ຮູບແບບວັນທີ | ວ.ດ.ປ (ຄ.ສ.) |
ຂັບລົດດ້ານ | ຂວາມື[lower-alpha 2] |
ລະຫັດໂທລະສັບ | 54 |
ລະຫັດອິນເຕີເນັດ | .ar |
Close
ປະເທດອາກຊັງຕີນເປັນຫົວເມືອງຂອງຈັກກະວັດແອັດສະປາຍໃນປີ ຄ.ສ. 1512 ຕໍ່ສູ້ນຳແອັດສະປາຍເພື່ອເປັນເອກະລາດລະຫວ່າງປີ ຄ.ສ. 1810–1818 ແລະ ມີສົງຄາມກາງເມືອງເຊິ່ງຢຸດສິ້ນໃນປີ ຄ.ສ. 1861.